. ຫລັກສູດປົກກະຕິ

ປັດຈຸບັນ ສະຖາບັນເຕັກໂນໂລຊີວຽງຈັນພວກເຮົາໄດ້ດໍາເນີນການສິດສອນ ໃນ 3 ພາກວິຊາ ຄື: ວິສະວະກໍາກໍ່ສ້າງ, ວິສະວະກໍໍາ ສິ່ງແວດລ້ອມ ແລະ ວິສະວະກໍາ ຊັອບແວຣ໌

1. ຫລັກສູດ ວິສະວະກໍາ ຊັອບແວຣ໌

 

1. ຊື່ຂອງຫລັກສູດ: ວິສະວະກໍາສາດ ສາຂາວິຊາ ວິສະວະກໍາ ຊັອບແວຣ໌

Bachelor of Engineering Program in Software Engineering

2. ຊື່ປະກາສະນີຍະບັດ: ວິສະວະກໍາ ຊັອບແວຣ໌ (Bachelor of Software Engineering: BSE)

3. ໄລຍະເວລາຮຽນ: 5 ປີ

4. ຈຸດປະສົງຂອງຫລັກສູດ:

ສ້າງນັກວິຊາການດ້ານຊັອບແວຣ໌, ນັກສຶກສາທີ່ໄດ້ສໍາເລັດການສຶກສາຫລັກສູດນີ້ແລ້ວ ມີຄວາມສາມາດໃນການວິເຄາະຄວາມຕ້ອງການໃນການສ້າງໂປຣ ແກຣມ, ມີຄວາມສາມາດວາງແຜນລະບົບໂຄງສ້າງໂປຣແກຣມ, ມີຄວາມສາມາດອອກແບບ ຮູບຮ່າງ ແລະ ອົງປະກອບຂອງໂປຣແກຣມ, ມີຄວາມສາ ມາດສ້າງໂປຣແກຣມ, ມີຄວາມສາມາດທົດສອບປະສິດທິພາບ ແລະວາມຖືກຕ້ອງຂອງໂປຣແກຣມທີ່ສ້າງຂຶ້ນ, ສາມາດນໍາເອົາໄປໃຊ້ງານໄດ້ໃນການ ປະກອບສ່ວນສ້າງສາປະເທດຊາດ ແລະ ພັດທະນາລະບົບເສດຖະກິດ ກໍຄື ລະບົບຊອບແວຣ໌ ຂອງລາວໃຫ້ກ້າວໄກ. ນັກສຶກສາທີ່ສໍາເລັດການສຶກສາ ຈະມີຄຸນນະທໍາ, ມີຈາລິຍະທໍາ ແລະ ຈັນຍາບັນ ໃນການປະກອບອາຊີ ທາງດ້ານຊັອບແວຣ໌ ເພື່ອພັດທະນາຕົນເອງ ໃຫ້ກາຍເປັນວິສະວະກອນຊັອບ ແວຣ໌ ກໍຄືນັກສ້າງໂປຣແກຣມຄັອມພິວເຕີ (Programmer) ທີ່ກ້າວໜ້າ ໃຫ້ສາມາດກ້າວເປັນລະດັບສາກົນໄດ້ໃນອະນາຄົດ.

5. ໂຄງສ້າງຂອງຫລັກສູດ

ໝວດວິຊາ ແລະ ຈໍຳນວນ ໜ່ວຍກິດ:

1. ໝວດວິຊາຄວາມຮູ້ທົ່ວໄປ 35 ໜ່ວຍກິດ

2. ໝວດວິຊາພື້ນຖານວິຊາສະເພາະ 41 ໜ່ວຍກິດ

3. ໝວດວິຊາສະເພາະ 92 ໜ່ວຍກິດ

4. ວິຊາເລືອກ 6 ໜ່ວຍກິດ

ລວມໜ່ວຍກິດຫລັກສູດ: 174 ໜ່ວຍກິດ

 

2. ຫລັກສູດວິສະວະກໍາ ສິ່ງແວດລ້ອມ

 

1. ຊື່ຂອງຫລັກສູດ: ວິສະວະກໍາສາດ ສາຂາວິຊາວິສະວະກໍາ ສິ່ງແວດລ້ອມ

Bachelor of Engineering Program in Environmental Engineering

2. ຊື່ປະກາສະນີຍະບັດ: ວິສະວະກໍາ ສິ່ງແວດລ້ອມ (Bachelor of Environmental Engineering: BEE)

3. ໄລຍະເວລາຮຽນ: 5 ປີ

4. ຈຸດປະສົງຂອງຫລັກສູດ:

ສ້າງນັກວິຊາການດ້ານສິ່ງແວດລ້ອມ, ນັກສຶກສາທີ່ໄດ້ສໍາເລັດການສຶກສາຫລັກສູດນີ້ແລ້ວ ມີຄວາມສາມາດໃນການສໍາຫລວດ-ອອກແບບ-ຄິດໄລ່ ລະບົບ ກໍ່ສ້າງນ້ຳປະປາ, ສໍາຫລວດ-ອອກແບບ-ຄິດໄລ່ ກໍ່ສ້າງລະບົບບໍາບັດນ້ຳເປື້ອນ, ລະບົບກໍາຈັດຂີ້ເຫຍື້ອ ແລະສິ່ງເສດເຫລືອຈາການຜະລິດຕ່າງໆ,ສາມາດ ວິເຄາະ ແລະ ກໍານົດມົນພາວະທາງອາກາດ, ທາງສຽງ, ສະພາບແວດລ້ອມ ໃນຕົວເມືອງ ແລະ ຊົນນະບົດ... ຄິດໄລ່ລາຄາການກໍ່ສ້າງ, ການຄຸ້ມຄອງ, ການວາງແຜນ, ການຕິດຕາມກວດກາ ການກໍ່ສ້າງ. ມີຄວາມຮູ້ພື້ນຖານທາງດ້ານການຄຸ້ມຄອງ ແລະ ອະນຸລັກສິ່ງແວດລ້ອມຕົວເມືອງ ແລະທໍໍາມະຊາດ.ນັກສຶກສາທີ່ສໍາເລັດການສຶກສາ ຈະມີຄຸນນະທໍາ, ມີຈາລິຍະທໍາ ແລະ ຈັນຍາບັນ ໃນການປະກອບອາຊີບ ທາງດ້ານສິ່ງແວດລ້ອມ ແລະ ການກໍ່ສ້າງ ທັງເປັນການພັດທະນາຕົນເອງໃຫ້ກາຍເປັນວິສະວະກອນສິ່ງແວດລ້ອມ ກໍຄືນັກອະນຸລັກທຳມະຊາດທີ່ກ້າວໜ້າ ໃຫ້ສາມາດກ້າວເປັນລະດັບສາກົນໄດ້ໃນ ອະນາຄົດ.

5. ໂຄງສ້າງຂອງຫລັກສູດ

ໝວດວິຊາ ແລະ ຈໍານວນໜ່ວຍກິດ:

1. ໝວດວິຊາຄວາມຮູ້ທົ່ວໄປ 41 ໜ່ວຍກິດ

2. ໝວດວິຊາພື້ນຖານວິຊາສະເພາະ 48 ໜ່ວຍກິດ

3. ໝວດວິຊາສະເພາະ 81 ໜ່ວຍກິດ

4. ວິຊາເລືອກ 6 ໜ່ວຍກິດ

ລວມໜ່ວຍກິດຫລັກສູດ: 178 ໜ່ວຍກິດ

 

3. ຫລັກສູດ ວິສະວະກໍາ ກໍ່ສ້າງ

 

1. ຊື່ຂອງຫລັກສູດ: ວິສະວະກໍາສາດ ສາຂາວິຊາ ວິສະວະກໍາ ກໍ່ສ້າງ

Bachelor of Engineering Program in Civil Engineering

2. ຊື່ປະກາສະນີຍະບັດ: ວິສະວະກໍາ ກໍ່ສ້າງ (Bachelor of Civil Engineering: BCE)

3. ໄລຍະເວລາຮຽນ: 5 ປີ

4. ຈຸດປະສົງຂອງຫລັກສູດ:

ສ້າງນັກວິຊາການດ້ານການກໍ່ສ້າງ, ນັກສຶກສາທີ່ໄດ້ສຳເລັດການສຶກສາຫລັກສູດນີ້ແລ້ວ ມີຄວາມສາມາດໃນການສໍາຫລວດ-ອອກແບບ-ຄິດໄລ່ ໂຄງສ້າງ, ຄິດໄລ່ປະມານລາຄາການກໍ່ສ້າງ. ສາມາດຄຸ້ມຄອງ, ວາງແຜນ, ຕິດຕາມ ແລະ ກວດກາ ການກໍ່ສ້າງ. ມີຄວາມຮູ້ພື້ນຖານທາງດ້ານການໄຟຟ້າ ແລະ ນ້ຳປະປາໃນອາານ ລວມທັງອຸປະກອນປະກອບຕ່າງໆໃນອາຄານ. ນັກສຶກສາທີ່ສຳເລັດການສຶກສາ ຈະມີຄຸນນະທໍາ, ມີຈາລິຍະທໍາ ແລະ ຈັນຍາບັນ ໃນການປະກອບອາຊີບ ການກໍ່ສ້າງ ທັງເປັນການພັດທະນາຕົນເອງ ໃຫ້ກາຍເປັນ ວິສະວະກອນກໍ່ສ້າງ, ທີ່ປຶກສາການກໍ່ສ້າງ ໃຫ້ສາມາດກ້າວເປັນລະດັບສາກົນໄດ້ໃນອະນາຄົດ.

5. ໂຄງສ້າງຂອງຫລັກສູດ

ໝວດວິຊາ ແລະ ຈໍານວນໜ່ວຍກິດ:

1. ໝວດວິຊາຄວາມຮູ້ທົ່ວໄປ 41 ໜ່ວຍກິດ

2. ໝວດວິຊາພື້ນຖານວິຊາສະເພາະ 46 ໜ່ວຍກິດ

3. ໝວດວິຊາສະເພາະ 80 ໜ່ວຍກິດ

4. ວິຊາເລືອກ 6 ໜ່ວຍກິດ

ລວມໜ່ວຍກິດຫລັກສູດ: 173 ໜ່ວຍກິດ